ຊຸມຊົນລາວຊົດຊ່ວຍຣັດ ນີວຊາວທ໌ແວນລ໌ ສັກຢາປ້ອງກັນ ໂຄວິດ-19
ໂຄວິດ-19 ຍັງດຸໜັ່ນໃນການບຸກຣຸກຣັດນີວຊາວທ໌ແວນລ໌ຢູ່ແລະ
ຣັຖບານຣັດນີວຊາວໆ໌ແວນລ໌ກໍບໍ່ຫຼົດລະໃນການພະຍາຍາມສັກຢາ
ວັກຊີນປ້ອງກັນພະຍາດດັ່ງກ່ຽວໃຫ້ແກສາທາຣະນະຊົນ.
ເຂດເທດສະບານ ແຟຟຽນດ໌ ເປັນແຫ່ງນຶງຂອງຂົງແຄ້ວນ
ຊິດນີທີຖຶກລ໋ອກດາວຢ່າງແຮງຍ້ອນມີຄົນເປັນ ໂຄວິດ-19
ຫຼາຍ.
ໃນເທດສະບານນັ້ນແລະເຂດໃກ້ຄຽງມີຄົນເລືອດລາວຢູ່ກິນ
ມາກມາຍແລະມີສູນກາງວັທນະທຳລາວດ້ວຍ.
ໃນຫວ່າງນຶ່ງນີ້ ໂດຍການຊ່ວຍເຫຼືອຂອງສະມາຄົມ ສສຊລ
ສູນກາງວັທນະທຳຂອງສະມາຄົມສົ່ງເສີມຊຸມ
ຊົນຊາວລາວໃນຣັດນີວຊາວທ໌ແວນລ໌ (ສສຊລ) ນັ້ນຖຶກຈັດ
ເປັນສູນກາງອັນນຶ່ງຂອງກະຊວງສາທາຣະນະສຸກນີວຊາວທ໌
ແວນລ໌ເພື່ອສັກຢາວັກຊີນ ໂຄວິດ-19 ແກປວງຊົນ ໃນແບບ
ບໍ່ຕ້ອງນັດໜາຍເວລາກັນ ຄືຍ່າງເຂົ້າໄປໂລດແລ້ວກໍຈະຖຶກຊີດ
ໃຫ້ໃນທັນທີໂດຍບໍ່ຄິດຄ່າຫຍັງແລະເລືອກໜ້າແລະສອບຖາມ
ຫຍັງຫຼາຍໜັກ.
ການສັກຢາດັ່ງກ່າວແມ່ນມີແຕ່ໃນວັນພຸດເທົ່ານັ້ນແລະຊົ່ວ
ຣະຍະນຶ່ງ.
Create your
podcast in
minutes
It is Free